ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ປະ​ເຊີນ​ກັບ​ສະພາບ​ອາກາດ​ໜາວ​ສຸດ ໃນ​ຮອບ 74 ປີ

     ສະຖານີ​ໂທລະພາບ​ຂອງ​ ຈີນ ລາຍ​ງານ​ວ່າ: ອຸນຫະພູມ​ໃນ​ນະຄອນຫຼວງ​ມົດ​ສະກູ ຂອງ ​ຣັດ​ເຊຍ ໃນ​ວັນ​ທີ 3 ມັງກອນ 2024
ແມ່ນ​ເຢັນ​ທີ່​ສຸດ ນັບ​ຕັ້ງແຕ່​ປີ 1950 ຫຼື ໃນ​ຮອບ 74 ປີ ຜ່ານ​ມາ, ຕິດ​ລົບ 29 ອົງສາ​ເຊ, ຍ້ອນ​ອິດ​ທິ​ພົນ​ຂອງ​ຄວາມ​ກົດ​ດັນ​ສູງ ຫຼັງ
​ຈາກ​ອຸຕຸນິຍົມ​ວິທະຍາ​ແຫ່ງຊາດ​ ຣັດ​ເຊຍ ພະຍາກອນ​ວ່າ: ສະພາບ​ອາກາດໃນ​ນະຄອນຫຼວງມົດ​ສະ​ກູ ໜາວ​ສຸດໃນຮອບຫຼາຍທົດ ສະ
ວັດຜ່ານມາ. ປັດຈຸບັນລະບົບ​ເຮັດ​ຄວາມ​ຮ້ອນ​ຂອງ​ເມືອງ ພວມ​ເຮັດ​ວຽກ​ຢ່າງ​ເຕັມ​ກຳລັງ ແລະ ໄດ້​ກຳນົດອຸນຫະພູມ​ການ​ເຮັດ​ຄວາມ
ຮ້ອນ​ໄວ​ທີ່​ລະດັບ​ຮ້ອນ​ສຸດ ເພື່ອ​ຊ່ວຍ​ຫຼຸດຜ່ອນ​ສະພາບອາກາດ​ໜາວ​ແຮງ ໃນ​ໄລຍະ​ນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/01/2024